ການເລົ່າເລື່ອງ ກ່ຽວກັບຄວາມຍຸຕິທໍາໃນສັງຄົມ: ການຍົກຍ້າຍປະຊາຊົນຈາກໂຄງການພັດທະນາ ຢູ່ໃນປະເທດອິນເດຍ
13.30 – 15.00 | 16 ກັນຍາ
ວາລະນີ້ ຈະສຶກສາຄົ້ນຄົ້ວ ວິທີການນໍາໃຊ້ ຜ່ານການເລົ່າເລື່ອງ ເພື່ອທໍາຄວາມເຂົ້າໃຈ ສະພາບຄວາມເປັນຈິງ ແລະ ສະຫນັບສະໜູນ ສິດທິຂອງຜູ້ທີ່ດໍາລົງຊີວິດ ພາຍໃຕ້ຄວາມກົດດັນ ທີ່ຈຳເປັນຈະຕ້ອງໄດ້ຮັບການຍົກຍ້າຍປະຊາຊົນຈາກໂຄງການພັດທະນາ ໂດຍຜ່ານ ການເຂົ້າໄປແກ້ໄຂ ຂອງ iProbono. iProbono ໃຫ້ສະໜອງການຄຳປຶກສາທີ່ຈຳເປັນ ໂດຍມີ ທີມງານທີ່ເຂັ້ມແຂງ, ມີການອາໃສຊື່ງກັນແລະກັນ ທີ່ສະໜອງທິດທາງຍຸດທະສາດ ແລະ ການປະຕິບັດ, ໃນຂະນະດຽວກັນຍັງໝູນໃຊ້ ຄວາມຊ່ຽວຊານ ແລະ ການລົງມືປະຕິບັດ ຂອງ ທະນາຍຄວາມ ໂພຣ ໂບໂນ. ຢູ່ໃນຫຼາຍເຂດຊຸມຊົນຢ່າງກວ້າງຂວາງ
ຜູ້ນຳສະເໜີ ຈະອະທິບາຍເຖິງຄວາມສຳຄັນ ແລະ ຄວາມເຂັ້ມແຂງ ຂອງ ການເລົ່າເລື່ອງ ແລະ ປຶກສາຫາລື ກ່ຽວກັບເລື່ອງທີ່ລວບລວມຂື້ນມາ ສໍາລັບຜູ້ຮັບຟັງທີ່ສະເພາະເຈາະຈົງ. ຂັ້ນຕອນດັ່ງກ່າວ ໃຊ້ວິທີການນໍາສະເໜີຜ່ານວິດີໂອ ກ່ຽວກັບ ກໍລະນີການບັງຄັບຂັບໄລ່ທີ່ແບບຜິດກົດໝາຍ ຊຶ່ງວ່າ iProbono ໄດ້ໃຫ້ການສະຫນັບສະຫນູນ ແລະ ມີການເລົ່າເລື່ອງຜ່ານຮູບພາບ ທີ່ພັນລະນາເຖິງ ຄວາມເປັນຈິງ ແລະ ສິ່ງທ້າທາຍຕ່າງໆ ຂອງ ການດໍາລົງຊີວິດ ກ່ຽວກັບການຍົກຍ້າຍປະຊາຊົນຈາກໂຄງການພັດທະນາ
ວາລະນີ້ ຈະສະຫຼຸບດ້ວຍ ກິດຈະກໍາ ທີ່ຜູ້ເຂົ້າຮ່ວມ ຈະເລົ່າເລື່ອງ ໂດຍອີງໃສ່ ສະຖານະການຄວາມເປັນຈິງ ທີ່ສະຫນອງໃຫ້ເຂົາເຈົ້າ. ໃນຕອນທ້າຍຂອງກອງປະຊຸມ, ຜູ້ເຂົ້າຮ່ວມ ຈະສາມາດ ນໍາໃຊ້ການເລົ່າເລື່ອງ ເປັນເຄື່ອງມື ເພື່ອສະຫນັບສະຫນູນ ການປ່ຽນແປງທາງສັງຄົມ.