ສິ່ງທີ່ພວກເຮົາໄດ້ເຮັດ

ໃນຂະນະທີ່ ມີການເລີ່ມຕົ້ນທໍາອິດ ໃນປີ 2012 ຢູ່ທີ່ ສປປ ລາວ, ກອງປະຊຸມ ກອງປະຊຸມ ກ່ຽວກັບ ວຽກງານ Pro Bono  ໃນພາກພື້ນອາຊີ ແລະ ການເຂົ້າເຖີງ ຂະບວນການຍຸຕິທໍາ (Asia Pro Bono Conference & Access to Justice) ທີ່ຖືກຈັດຂຶ້ນ ໃນແຕ່ລະປີ ແມ່ນເປັນການສະເຫຼີມສະຫຼອງ ແລະ ເນັ້ນໜັກໃສ່ ວຽກງານທີ່ກົວພັນກັບນິຕິກໍາ ແບບ Pro Bono ແລະ ຈັນຍາບັນທາງກົດໝາຍ, ທີ່ປຶກສາຫາລື ກ່ຽວກັບ ວິທີທາງ ເຜີຍແຜ່ ຈັນຍາບັນ ກ່ຽວກັບວຽກງານແບບ Pro bono ຢູ່ໃນພາກພື້ນອາຊີ ແລະ ຢູ່ທົ່ວໂລກ.

ກອງ​ປະ​ຊຸມ​ ແລະ​ ການ​ແລກ​ປ່ຽນ ​ປະ​ກອບ​ມີ ​ການ​ນໍາ​ສະ​ເໜີຂໍ້ມູນ​, ການ​ສົນ​ທະ​ນາ​ເປັນກຸ່ມບົນເວທີ່ຕໍ່ໜ້າຜູ້ເຂົ້າຮ່ວມ, ຊ່ວງ​ຖາມ ​ແລະ ​​ຕອບ​, ແລະ​ ກອງ​ປະ​ຊຸມສົນທະນາ​ຕອບໂຕ້ໄປມາ ທີ່ນໍາໂດຍ ​ທະ​ນາຍ​ຄວາມ​ສາ​ກົນ ຜູ້​ທີ່​ມີ​ປະ​ສົບ​ການ​ ແລະ ​ອາ​ຈານສອນ​ກົດໝາຍ​. ຊ່ວງວາລະນີ້ ແມ່ນເວົ້າ​ເຖິງ​ ສີ່ງ​ທ້າ​ທາຍ​ ແລະ ​ຜົນ​ສໍາ​ເລັດ ​ຂອງ ​ວຽກງານແບບ pro bono ຢູ່​ໃນ​ແຕ່ລະປະ​ເທດ ​ຂອງ ​ທະ​ນາຍ​ຄວາມ​.

ແຕ່ລະກອງປະຊຸມ & ການແລກປ່ຽນ ແມ່ນຈະມີການສະໜອງ ການແປພາສາແບບສົດໆ ຕະຫຼອດງານ ເພື່ອຕອບສະໜອງ ການນໍາໃຊ້ພາສາ ທີ່ແຕກຕ່າງກັນ ທີ່ນໍາສະເໜີ ໃນຫ້ອງປະຊຸມ.

ມາ​ຮອດ​ປັດຈຸ​ບັນນີ້, ກອງ​ປະຊຸມ​ ແລະ ​ການ​ແລກປ່ຽນ​ ໄດ້ຖືກ​ຈັດ​ຂຶ້ນ​ ຢູ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ (ປີ 2012); ນະຄອນໂຮຈິມິນ, ປະເທດຫວຽດນາມ (ປີ 2013); ປະເທດສິງກະໂປ (ປີ 2014); ນະຄອນແມນດາເດ, ປະເທດມຽນມາ (ປີ 2015); ແຂວງບາຫລີ, ປະເທດອິນໂດເນເຊຍ (ປີ 2016); ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ (ປີ 2017); ປະເທດຮົງກົງ, ຈີນ (ປີ 2018), ນະຄອນກາດມັນດູ, ປະເທດເນປານ (ປີ 2019), ຜ່ານລະບົບອອນລາຍ (ປີ 2020) ແລະ (ປີ 2021).

ຜົນ ຂອງກອງປະຊຸມປະຈໍາປີນີ້ ສາມາດສະແດງໃຫ້ເຫັນຢ່າງຈະແຈ້ງ ໂດຍມີຜູ້ເຂົ້າຮ່ວມ ເປັນຈໍານວນຫຼາຍ ທີ່ໄດ້ເຂົ້າຮ່ວມໃນຫຼາຍປີທີ່ຜ່ານມາ. ເພື່ອອ່ານຄໍາຄິດເຫັນ ຂອງ ເຂົາເຈົ້າກ່ຽວກັບ ຜົນຈາກການປະຊຸມ & ການແລກປ່ຽນ ໃນໄລຍະ 10 ປີຜ່ານມາ, ກະລຸນາຄລິກໃສ່ ລີ້ງຂ້າງລຸ່ມນີ້:
ບັນຊີສະແດງຄໍາຄິດເຫັນ 10 ປີ (ຈາກນັ້ນ ແລະ ຕອນນີ້)

ກອງປະຊຸມທາງໄກ ຄັ້ງທີ 10​ ກ່ຽວກັບ PRO BONO ຢູ່ໃນພາກພື້ນອາຊີ ​ແລະ​ ການ​ເຂົ້າ​ເຖິງ​ ການ​ແລກ​ປ່ຽນ​ຂໍ້ມູນ ກ່ຽວກັບ ຂະບວນການ​ຍຸ​ຕິ​ທໍາ, ປະຈໍາປີ 2021

ການສະເຫຼີມສະຫຼອງ ໜື່ງທົດສະວັດ ແຫ່ງການເສີມສ້າງ ການຮ່ວມມື ດ້ານຄວາມຍຸຕິທຳ ແລະ ລະບຽບກົດໝາຍ

ຜູ້​ເຂົ້າ​ຮ່ວມ ​ຈາກ ​ທົ່ວ​ພາກພື້ນອາ​ຊີ ແລະ​ ​ທົ່ວ​ໂລກ ​ໄດ້​ມາ​ລວມໂຕກັນ ເພື່ອ​ຊ່ວຍ​ຮັບ​ປະ​ກັນ ​ການ​ເຂົ້າ​ເຖິງ​ ຂະບວນການ​ຍຸ​ຕິ​ທຳ​ ທີ່ກວ້າງຂວາງຂື້ນ ແລະ​ ເສີມ​ຂະ​ຫຍາຍ ແລະ​ຂະ​ຫຍາຍ ​ຂໍ້​ລິ​ເລີ່ມ pro bono. ເມື່ອພວກເຮົາລວມເຂົ້າກັນທັງໝົດ ສໍາລັບ ກອງປະຊຸມ APBVC&A2JX, ພວກເຮົາມີຜູ້ເຂົ້າຮ່ວມ ແລະ ອາສາສະໝັກ ເກືອບ 700 ຄົນ, ທີ່ມາຈາກ ຫຼາຍກວ່າ 40 ປະເທດ, ແລະ 33 ຊ່ວງວາລະ. ເຖີງແມ່ນວ່າ ພາສາຫຼັກ ທີ່ໃຊ້ໃນກອງປະຊຸມ/ການແລກປ່ຽນ ຈະເປັນພາສາອັງກິດກໍຕາມ, ແຕ່ຊ່ວງວາລະສ່ວນໃຫຍ່ ຂອງ ກອງປະຊຸມ ໄດ້ມີ ການແປພາສາແບບສົດໆເຖີງ 7 ພາສາທີ່ແຕກຕ່າງກັນ, ຊື່ງຊ່ວຍໃຫ້ ຜູ້ເຂົ້າຮ່ວມມີສ່ວນຮ່ວມ ຢ່າງຫຼວງຫຼາຍ ໂດຍບໍ່ມີອຸປະສັກດ້ານພາສາ.

ໂດຍມີ​ການ​ຖ່າຍ​ທອດ​ສົດ​ ​ກອງ​ປະ​ຊຸມ​ໄປ​ທົ່ວ​ໂລກ​, ມາ​ເຖິງ​ປັດ​ຈຸ​ບັນ​,​ ງານດັ່ງກ່າວ ໄດ້​ບັນ​ລຸ​ຫຼາຍ​ກ​່​ວາ 405,000 ຄົນ ສີ່ງດັ່ງກ່າວນີ້ ແມ່ນເປັນສີ່ງທີ່ບໍ່ໜ້າເຊື່ອເລີຍ. ຫົວ​ຂໍ້​ ຂອງ​ ກອງ​ປະ​ຊຸມ​ ແມ່ນ​ ການ​ສະ​ເຫຼີມ​ສະ​ຫຼອງ ​ທົດ​ສະ​ວັດ​ ແຫ່ງການເສີມສ້າງ ການ​ຮ່ວມ​ມື ຢູ່ໃນວຽກງານ​ຍຸ​ຕິ​ທໍາ​ ແລະ​ ລະ​ບຽບ​ກົດໝາຍ ​ແລະ ຕົວເລກ​ເຫຼົ່າ​ນີ້ ​ແມ່ນ​ເປັນບາງ​ຕົວ​ຢ່າງ ​ທີ່​ຈະ​ແຈ້ງ​ທີ່​ສຸດ ກ່ຽວກັບ ສີ່ງທີ່ເປັນ​ດ້ານ​ບວກ ​ສາ​ມາດ​ເກີດ​ຂຶ້ນ​ໄດ້ ໃນ​ທົດ​ສະ​ວັດ​ ແຫ່ງ ​ການ​ຮ່ວມ​ມື​.

ກອງປະຊຸມທາງໄກ ຂັ້ນປະຖົມມະເລີກ ກ່ຽວກັບ PRO BONO ໃນພາກພື້ນອາຊີ ແລະ ການເຂົ້າເຖິງການແລກປ່ຽນຂໍ້ມູນ ກ່ຽວກັບຂະບວນການຍຸຕິທຳ, ປະຈໍາປີ 2020

Pro Bono ຢູ່ໃນສະພາບແວດລ້ອມ ທີ່ຂ້າມຜ່ານ.

ກອງ​ປະ​ຊຸມທາງໄກຄັ້ງທີ 9 ກ່ຽວກັບ Pro Bono ແລະ​ ການ​ເຂົ້າ​ເຖິງ ​ການ​ແລກ​ປ່ຽນຂໍ້ມູນ ກ່ຽວກັບຂະບວນການຍຸ​ຕິ​ທໍາ ໄດ້​ຈັດ​ຂຶ້ນ ທາງ​ອອນລາຍ​໌​. ໄດ້ມີ​ຜູ້ລົງ​ທະ​ບຽນ 990 ຄົນ​ ທີ່​ມາ​ຈາກ 41 ປະ​ເທດ​ໃນ​ທົ່ວ​ໂລກ ທີ່​ໄດ້​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ ​ວັນ​ທີ 24 ຫາ 28 ກັນ​ຍາ 2020. ມັນຍັງໄດ້ຖ່າຍທອດສົດ ຢູ່ເທີງໜ້າເຟດບຸກ ແລະ ເຂົ້າເຖິງຜູ້ຊົມໄດ້ 212,859 ຄົນ. ມີ 45 ຊ່ວງວາລະກອງ​ປະ​ຊຸມ​ ແລະ ມີການ​ນໍາ​ສະ​ເຫນີ​ຂໍ້ມູນ ໂດຍ ຜູ້ນໍາສະເໜີ ຈໍານວນ 173 ຄົນ ທີ່ມາຈາກ ​ຫຼາຍ​ປະ​ເທດ​.

ກອງປະຊຸມຄັ້ງທີ 8 ກ່ຽວກັບ PRO BONO ໃນພາກພື້ນອາຊີ ແລະ ການເຂົ້າເຖິງ ການແລກປ່ຽນຂໍ້ມູນ ກ່ຽວກັບຂະບວນການຄວາມຍຸຕິທຳ, ທີ່ ປະເທດເນປານ ປີ 2019

ຄວາມຍຸຕິທໍາ ສໍາລັບໝົດທຸກຄົນ: ສ້າງຄວາມເຂັ້ມແຂງ – ມີສ່ວນຮ່ວມ – ສ້າງຄວາມຍືນຍົງ

ກອງ​ປະ​ຊຸມຄັ້ງທີ 8 ກ່ຽວກັບ Pro Bono ໃນພາກພື້ນອາຊີ ແລະ ​ການ​ເຂົ້າ​ເຖິງ ​ການ​ແລກ​ປ່ຽນຂໍ້ມູນ ກ່ຽວກັບ ຂະບວນການຍຸ​ຕິ​ທຳ​ໄດ້​ຖືກຈັດ​ຂຶ້ນເປັນຄັ້ງທໍາອິດ ​ຢູ່ທີ່ ພາກພື້ນ​ອາ​ຊີ​ໃຕ້ ຢູ່ທີ່ ​ນະ​ຄອນ​ຫລວງ ກາດ​ມັນ​ດູ ປະເທດເນ​ປານ ໃນ​ລະ​ຫວ່າງ​ວັນ​ທີ 13 ຫາ 15 ກັນ​ຍາ ປີ 2019. ນອກຈາກນັ້ນ,​ຍັງມີການສ້າງການເຂົ້າເຖີງ ການແລກປ່ຽນຂໍ້ມູນ ກ່ຽວກັບ ຂະບວນການຍຸຕິທຳ ຢ່າງເປັນທາງການ ຊື່ງມີການຈັດງານຕ່າງໆ ທີ່ກ່ຽວຂ້ອງກັບ ການເຂົ້າເຖິງ ຂະບວນການຍຸຕິທໍາ ທີ່ຈັດຂື້ນກ່ອນ ແລະ ຫຼັງ ການປະຊຸມຕ່າງໆ (10-12 & 16-19 ກັນຍາ 2019). ສີ່ງດັ່ງກ່າວນີ້ ໄດ້​ເປັນການ​ເຕົ້າ​ໂຮມ​ ຜູ້​ໃຫ້​ບໍ​ລິ​ການ​ດ້ານ​ນິຕິກໍາ ​ທີ່​ໃຫຍ່​ທີ່​ສຸດ ​ທີ່​ເຮັດ​ວຽກ ​ເພື່ອ​ສະ​ໜັບ​ສະ​ໜູນ​ ວຽກງານແບບ pro bono ແລະ ການ​ເຂົ້າ​ເຖິງ​ ການ​ລິ​ເລີ່ມ​ ກ່ຽວກັບ ລະບົບ​ຍຸ​ຕິ​ທຳ ໂດຍຄົນ​ຫຼາຍ​ກວ່າ 800 ຄົນ​ ທີ່ມາຈາກ 30 ປະ​ເທດ.

ກອງປະຊຸມຄັ້ງທີ 7​ ກ່ຽວກັບ PRO BONO ໃນພາກພື້ນອາຊີ, ທີ່ຮົງກົງ ປີ 2018

ສ້າງແຮງບັນດານໃຈ. ສ້າງຜົນ

ສ້າງແຮງບັນດານໃຈ. ສ້າງຜົນ

ກອງ​ປະ​ຊຸມ​ຄັ້ງທີ 7 ກ່ຽວກັບ Pro Bono ຢູ່ໃນພາກພື້ນອາຊີ ແລະ​ ການ​ເຂົ້າ​ເຖິງ​ ການ​ແລກ​ປ່ຽນ​ ຂໍ້ມູນກ່ຽວກັບ ຂະບວນການ​ຍຸ​ຕິ​ທຳ​ ໄດ້ຖືກ​ຈັດ​ຂຶ້ນ​ເປັນຄັ້ງທໍາອິດ ຢູ່​ໃນອາ​ຊີ​ຕາ​ເວັນ​ອອກ​ ຢູ່ທີ່ ​ຮົງ​ກົງ​ ຂອງ ຈີນ​ ໃນ​ລະ​ຫວ່າງ​ວັນ​ທີ 25 ຫາ 27 ຕຸລາ 2018. ມີ​ຜູ້​ເຂົ້າ​ຮ່ວມ​ ຫຼາຍກວ່າ 400 ຄົນ ​ທີ່​ມາ​ຈາກ 30 ກວ່າ​ປະ​ເທດ ​ແລະ ອະນາເຂດ, ທີ່​ເຂົ້າ​ຮ່ວມໃນແຕ່ລະວາລະ ​ແລະ ງານ ເກືອບ 30 ຊ່ວງ ​ໃນ​ໄລຍະ 3 ວັນ​ເຕັມ. ຄຳ​ຕິ​ຊົມ ​ທີ່​ໄດ້​ຮັບ​ມາ​ຮອດປັດຈຸ​ບັນ ​ບອກ​ໄດ້​ວ່າ​ ມັນເປັນ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ​ແລະ​ ເປັນ​ຜົນ​ສຳ​ເລັດ ​ຂອງ​ຮົງ​ກົງ, ​ເພາະວ່າ​ ນີ້​ແມ່ນເປັນຄັ້ງ​ທຳ​ອິດ ​ທີ່​ນະຄອນ​ດັ່ງກ່າວ ໄດ້​ຈັດງານດັ່ງກ່າວຂື້ນ

ກອງປະຊຸມຄັ້ງທີ 6​ ກ່ຽວກັບ PRO BONO ໃນພາກພື້ນອາຊີ, ທີ່ປະເທດມາເລເຊຍ ປີ 2017

ການເສີມສ້າງ ວັດທະນະທໍາ Pro Bono: ຄວາມສາມັກຄີແລະ ຄວາມຫຼາກຫຼາຍ

ກອງ​ປະ​ຊຸມຄັ້ງທີ 6 ກ່ຽວກັບ Pro Bono ໃນພາກພື້ນອາຊີ ແລະ ​ການ​ເຂົ້າ​ເຖິງ ​ການ​ແລກ​ປ່ຽນຂໍ້ມູນ ກ່ຽວກັບ ຂະບວນການ​ຍຸ​ຕິ​ທຳ ໄດ້​ດຳ​ເນີນ​ເປັນ​ເວ​ລາ 3 ວັນ​ ຢູ່ທີ່​ ນະ​ຄອນ Kuala Lumpur , ປະເທດມາເລເຊຍ ໃນ​ລະ​ຫວ່າງ​ວັນ​ທີ 30 ກັນຍາ ຈົນຮອດ ວັນ​ທີ 2 ຕຸລາ ປີ 2017. ນີ້ ໄດ້ເປັນການປະຊຸມ ທີ່ໃຫຍ່ທີ່ສຸດ ທີ່ມີຫຼາຍກວ່າ 500 ຄົນ ຈາກ 30+ ປະເທດ ເຂົ້າມາຮ່ວມ. ກອງ​ປະ​ຊຸມ ​ແລະ ​ການ​ແລກ​ປ່ຽນ​ ໄດ້​ຮັບ​ ການຢັ້ງ​ຢືນ​ການ​ສືບ​ຕໍ່​ການ​ພັດ​ທະ​ນາ ທີ່​ເປັນ​ມື​ອາ​ຊີບ ​ໂດຍ ສະພາທະນາຍຄວາມແຫ່ງປະເທດ​ມາ​ເລ​ເຊຍ​.

ກອງປະຊຸມຄັ້ງທີ 5​ ກ່ຽວກັບ PRO BONO ໃນພາກພື້ນອາຊີ, ທີ່ປະເທດອິນໂດເນເຊຍ ປີ 2016

ຜົນ ຂອງ Pro Bono  ທີ່ມີຕໍ່ ການປ່ຽນແປງ ການຫັນປ່ຽນ: ການເຮັດວຽກ ເພື່ອບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ

ກອງ​ປະ​ຊຸມຄັ້ງທີ 5 ກ່ຽວກັບ Pro Bono ແລະ​ ການ​ເຂົ້າ​ເຖິງ​ ການ​ແລກ​ປ່ຽນ​ຂໍ້ມູນກ່ຽວກັບ ຂະບວນການ​ຍຸ​ຕິ​ທຳ​ ໄດ້​ຈັດ​ຂຶ້ນ​ຢູ່ທີ Sanur, ແຂວງ Bali ແຕ່​ວັນ​ທີ 29 ສິງຫາ ຫາ​ ວັນ​ທີ 2 ກັນຍາ ປີ 2016. ກອງ​ປະ​ຊຸມ ​ໄດ້ຕ້ອນຮັບ ​ຜູ້​ແທນຫຼາຍກວ່າ 320 ​ຄົນ ​ທີ່​ມາ​ຈາກ 30 ປະ​ເທດ​ ໃນ​ທົ່ວ​ປະ​ຊາ​ຄົມ​ນິຕິກໍາ ​ລວມ​ທັງ​ທະ​ນາຍ​ຄວາມ, ຜູ້ໃຫ້ການ​ສຶກ​ສາ​ກົດ​ໝາຍ, ນັກ​ສຶກ​ສາ, ຜູ້ພິພາກສາ, ເຈົ້າ​ໜ້າ​ທີ່​ລັດ ແລະ ຜູ້ຊ່ຽວຊານ ຈາກ ອົງການຈັດຕັ້ງທາງສັງ​ຄົມ. ຫົວ​ຂໍ້​ຂອງ​ກອງ​ປະ​ຊຸມ​ ແລະ​ ການ​ແລກ​ປ່ຽນ​ ແມ່ນ “ຜົນ​ ​ຂອງ Pro Bono ຕໍ່ ​ການ​ປ່ຽນ​ແປງ​ ​ການ​ຫັນປ່ຽນ: ການ​ເຮັດ​ວຽກ ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”.

ກອງປະຊຸມຄັ້ງທີ 4​ ກ່ຽວກັບ PRO BONO ໃນພາກພື້ນອາຊີ ແລະ ກອງປະຊຸມ ກ່ຽວກັບຈັນຍາບັນທາງກົດໝາຍ, ທີ່ປະເທດພະມ້າ ປີ 2015

Pro Bono ແລະ ຈັນຍາບັນ ສ້າງອາຊີບກ່ຽວກັບນິຕິກໍາ ໃຫ້ມີຊື່ສ່ຽງ

ກອງ​ປະ​ຊຸມຄັ້ງທີ 4​ ກ່ຽວກັບ Pro Bono ໃນພາກພື້ນອາຊີ ແລະ ກອງປະຊຸມ ກ່ຽວກັບຈັນ​ຍາ​ບັນ​ທາງ​ກົດ​ໝາຍ​ ໄດ້​ຈັດ​ຂຶ້ນ ​ຢູ່​ນະ​ຄອນ Mandalay, ປະ​ເທດ​ມຽນ​ມາ​ ແຕ່​ວັນ​ທີ 3 ຫາ 6 ກັນຍາ, ປີ 2015; ເປັນການເຕົ້າໂຮມ ​ຜູ້​ແທນ 230 ກວ່າ​ຄົນ​ ທີ່​ມາ​ຈາກ 19 ປະ​ເທດ. ບັນດາ​ຜູ້​ແທນ​ ທີ່ມາຈາກ​ທົ່ວ​ປະຊາ​ຄົມ ທີ່ກ່ຽວຂ້ອງກັບ​ນິຕິກໍາ ​ລວມທັງ​ທະ​ນາຍ​ຄວາມ, ຜູ້ໃຫ້ການ​ສຶກສາ​ດ້ານ​ກົດໝາຍ, ນັກ​ສຶກສາ, ຜູ້​ພິພາກສາ, ​ເຈົ້າ​ໜ້າ​ທີ່​ລັດ, ​ແລະ ​ນັກ​ຊ່ຽວຊານ ຈາກອົງການຈັດຕັ້ງທາງສັງຄົມ. ຫົວ​ຂໍ້​ ຂອງ ​ກອງ​ປະ​ຊຸມ ​ແລະ ​ເວ​ທີ​ສົນທະນາ ​ແມ່ນ “Pro Bono ແລະ​ ຈັນ​ຍາ​ບັນ​ ສ້າງ​ອາ​ຊີບ​ກ່ຽວກັບນິຕິກໍາ ໃຫ້ມີຊື່ສຽງ​”​. ມັນ​ເປັນ​ການວາງສະແດງ ​ທີ່ສ້າງແຮງບັນດານໃຈ ກ່ຽວກັບ ການປະກອບສ່ວນລົງມືປະຕິບັດ ​ທີ່​ເຂັ້ມ​ແຂງ​ ຕໍ່ວຽກງານ pro bono, ຈັນ​ຍາ​ບັນ​ທາງ​ກົດໝາຍ ​ແລະ ​ການ​ສຶກ​ສາ​ ຂະບວນການ​ຍຸ​ຕິ​ທໍາ ຢູ່​ໃນ​ພາກ​ພື້ນ​ ແລະ ​ສາ​ກົນ​.
(
ຄຼີກ ເພື່ອອ່ານບົດລາຍງານ ການປະຊຸມ)

ກອງປະຊຸມຄັ້ງທີ 3​ ກ່ຽວກັບ PRO BONO ໃນພາກພື້ນອາຊີ, ທີ່ປະເທດສີງກະໂປ ປີ 2014

ການຮ່ວມມືກັນ ລະຫວ່າງພາກລັດ, ເອກະຊົນ ແລະ ປະຊາຊົນ

ກອງ​ປະຊຸມ​ຄັ້ງທີ 3 ກ່ຽວກັບ Pro Bono ໄດ້ຖືກຈັດ​ຂຶ້ນ ​ຢູ່ທີ່ປະເທດ​ສິງກະ​ໂປ ​ໃນ​ວັນ​ທີ 2 ຫາ 4 ຕຸລາ ປີ 2014;  ເປັນການເຕົ້າໂຮມ ຜູ້​ແທນ 350 ກວ່າ​ຄົນ​ ທີ່​ມາ​ຈາກ 25 ປະ​ເທດ​. ນີ້ແມ່ນເປັນກອງປະຊຸມ ທີ່ໄດ້ສະເຫຼີມສະຫຼອງ pro bono ຢ່າງແທ້ຈິງ, ຊື່ງບໍ່ເປັນພຽງແຕ່ເປັນ ການສະໜອງ ການບໍລິການດ້ານນິຕິກໍາ ແບບບໍ່ເສຍຄ່າ ຈາກ ທະນາຍຄວາມ ເພື່ອ ສີ່ງທີ່ດີແກ່ສາທາລະນະຊົນ ເທົ່ານັ້ນ, ແຕ່ຍັງເປັນແນວຄວາມຄິດ ທີ່ກໍາລັງຂັບເຄື່ອນວິວັດທະນາການທາງບວກ ແກ່ ລະບົບກົດໝາຍ ເພື່ອສືບຕໍ່ ສ້າງຄວາມຍຸຕິທໍາ ແກ່ ຄົນທີ່ທຸກຍາກ, ຜູ້ດ້ອຍໂອກາດທາງສັງຄົມ ແລະ ຜູ້ທີ່ມີຄວາມສ່ຽງ ທີ່ມາຈາກຫຼາຍບ່ອນ ຂອງ ​ປະ​ເທດ​ຕ່າງໆ​ ຢູ່ໃນ​ພາກ​ພື້ນ​ອາ​ຊີ
(
ຄຼີກ ເພື່ອອ່ານບົດລາຍງານ ການປະຊຸມ)

ກອງປະຊຸມຄັ້ງທີ 2 ກ່ຽວກັບ PRO BONO ໃນພາກພື້ນອາຊີ, ທີ່ປະເທດຫວຽດນາມ ປີ 2013

ຂໍ້ລິເລີ່ມ Pro Bono ເພື່ອສ້າງຄວາມເຂັ້ມແຂງ ແກ່ ການເຂົ້າເຖິງຂະບວນການຍຸຕິທໍາ

ກອງ​ປະຊຸມຄັ້ງທີ 2 ກ່ຽວກັບ Pro Bono ຢູ່ໃນພາກພື້ນອາຊີ ​ໄດ້​ຈັດ​ຂຶ້ນ ​ຢູ່ທີ່ ​ນະຄອນ​ໂຮ່ຈິ​ມິນ, ປະເທດຫວຽດນາມ ​ແຕ່​ວັນ​ທີ 11 ຫາ12 ຕຸລາ 2013; ເປັນການເຕົ້າໂຮມ ​ຜູ້​ແທນ 200 ກວ່າ​ຄົນ​ ທີ່​ມາ​ຈາກ 19 ປະ​ເທດ​. ບັນດາຜູ້ແທນ ໄດ້ເຕົ້າໂຮມກັນ ເພື່ອແບ່ງປັນ ປະສົບການຂອງເຂົາເຈົ້າ ກ່ຽວກັບ ການລິເລີ່ມ Pro Bono ເພື່ອສ້າງຄວາມເຂັ້ມແຂງ ແກ່ ການເຂົ້າເຖິງ ຂະບວນການຍຸຕິທໍາ ແລະ ໄດ້ຍົກຍ້ອງຄຸນງາມຄວາມດີຂອງການເຮັດວຽກແບບ pro bono ແລະ ເບິ່ງອະນາຄົດ ຂອງ ການໃຫ້ບໍລິການດ້ານກົດໝາຍ ແບບ pro bono. ກອງ​ປະ​ຊຸມ ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ ແມ່ນໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ​ຈາກ​ ການເຂົ້າຮ່ວມທີ່ຫ້າວຫັນ ຂອງ ບັນ​ດາ​ນັກ​ສຶກ​ສາ​ກົດ​ໝາຍ​ ທີ່​ມາ​ຈາກປະເທດ​ກຳ​ປູ​ເຈຍ, ສິງ​ກະ​ໂປ, ຫວຽດ​ນາມ.
(
ຄຼີກ ເພື່ອອ່ານບົດລາຍງານ ການປະຊຸມ)

ກອງປະຊຸມຂັ້ນປະຖົມມະເລີກ ກ່ຽວກັບ PRO BONO ໃນພາກພື້ນອາຊີ, ທີ່ປະເທດລາວ ປີ 2012

ພັດທະນາ ຂໍ້ລິເລີ່ມ Pro Bono ເພື່ອສ້າງຄວາມເຂັ້ມແຂງ ແກ່ ການເຂົ້າເຖິງ ຂະບວນການຍຸຕິທໍາ ຢູ່ໃນພາກພື້ນອາຊີ ແລະ ສາກົນ

ກອງ​ປະຊຸມຄັ້ງທີ 1 ກ່ຽວກັບ Pro Bono ໃນພາກພື້ນອາຊີ ໄດ້ຈັດ​ຂຶ້ນ ​ຢູ່ທີ່ ​ນະຄອນຫຼວງ​ວຽງ​ຈັນ, ສປປ ລາວ ​ໃນ​ວັນ​ທີ 28 ຫາ 29 ກັນຍາ 2012; ເປັນການເຕົ້າໂຮມ ຜູ້ແທນ 150 ກວ່າ​ຄົນ​ ທີ່​ມາ​ຈາກ 20 ປະ​ເທດ​. ກອງ​ປະ​ຊຸມ/ກອງປະຊຸມວິຊາການ ​ຄັ້ງ​ທຳ​ອິດ ​ທີ່​ປະ​ກອບ​ດ້ວຍ​ ທະ​ນາຍ​ຄວາມ, ຜູ້ຕ່າງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ທາງສັງ​ຄົມ, ນັກ​ວິ​ຊາ​ການ, ນັກ​ສຶກ​ສາ, ຜູ້ຕ່າງ​ໜ້າ​ສະ​ມາ​ຄົມສະພາທະນາຍຄວາມ ແລະ ອຳ​ນາດ​ການ​ປົກ​ຄອງ​ລັດ ທີ່ໄດ້​ເຕົ້າ​ໂຮມ​ກັນ​ ເປັນ​ຄັ້ງ​ທຳ​ອິດ​ ຢູ່​ທີ່ ນະ​ຄອນຫຼວງວຽງ​ຈັນ, ປະ​ເທດ​ລາວ, ເພື່ອ ​ແລກ​ປ່ຽນ​ປະ​ສົບ​ການ ແລະ ວິ​ໄສ​ທັດ.
(
ຄຼີກ ເພື່ອອ່ານບົດລາຍງານ ການປະຊຸມ)