ກອງປະຊຸມ ກ່ຽວກັບ Pro Bono ໃນພາກພື້ນອາຊີ ແລະ ການເຂົ້າເຖີງ ການແລກປ່ຽນຂໍ້ມູນ ກ່ຽວກັບຂະບວນການຍຸຕິທໍາ ແມ່ນເປັນງານທີ່ສໍາຄັນ ຢູ່ໃນພາກພື້ນຂອງພວກເຮົາ ສໍາລັບພາກສ່ວນທີ່ກ່ຽວຂ້ອງ ທີ່ຈະພັດທະນາ, ຄົ້ນຄົ້ວ ແລະ ແບ່ງປັນ ບັນດາຂໍ້ລິເລີ່ມ ແລະ ໂຄງການ pro bono ທີ່ເສີມສ້າງ ການເຂົ້າເຖິງ ຂະບວນການຍຸຕິທໍາ ຢູ່ໃນພາກພື້ນອາຊີ ແລະ ຢູ່ທົ່ວໂລກ. ໃນຂະນະທີ່ເປັນກອງປະຊຸມ ທີ່ຖືກຈັດຂຶ້ນທຸກປີ, APBC&A2JX ເປັນບ່ອນເຕົ້າໂຮມ ທະນາຍຄວາມ, ນັກວິຊາການ, ນັກສຶກສາກົດໝາຍ, ຄະນະລູກຂຸນ, ຜູ້ຊ່ຽວຊານດ້ານ pro bono, ຜູ້ສ້າງນະໂຍບາຍ, ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ຕ່າງໜ້າທີ່ບໍ່ຫວັງຜົນກໍາໄລ, ແລະ ສະໜອງເວທີ ທີ່ບໍ່ເໝືອນກັບບ່ອນອື່ນ ເພື່ອໃຫ້ທ່ານ ໄດ້ຍິນຈາກ ແລະ ມີສ່ວນຮ່ວມກັບກຸ່ມຄົນທີ່ຢູ່ໃນວົງການດຽວກັບທ່ານ, ຊື່ງເປັນຜູ້ທີ່ສ້າງແຮງບັນດານໃຈໃຫ້ແກ່ຄົນອື່ນ ​ແລະ ສ້າງ​ຜົນ​ກະທົບໃນ​ທາງ​ບວກ ​ຕໍ່ ​ຊີວິດ​ການເປັນຢູ່ ຂອງ ​ບາງ​ຄົນ ​ແລະ ບາງຊຸມ​ຊົນທີ່​ດ້ອຍ​ໂອກາດທີ່ສຸດ ຢູ່ພາຍໃນພາກພຶ້ນ.

APBC&A2JX ຈະເປັນການປະສົມປະສານ ທີ່ໜ້າຕື່ນເຕັ້ນ ລະຫວ່າງ ກອງປະຊຸມທີ່ຖືກຈັດຂື້ນມາ ດ້ວຍຄວາມເອົາໃຈໃສ່, ຊ່ວງວາລະການປະຊຸມທີ່ມີການສົນທະນາໂຕຕອບກັນໄປມາ ແລະ ເປັນງານທີ່ສ້າງເຄືອຂ່າຍ ລວມທັງ ການທີ່ APBC&A2JX ດໍາເນີນການ ແລະ ສຸມໃສ່ ການສ້າງຄວາມອາດສາມາດຂອງຊຸມຊົນ, ການສິດສອນ ແລະ ດ້ານການສຶກສາ ກ່ຽວກັບ ວຽກງານ ແບບ pro bono, ແລະ ການຮຽນຮູ້ ຄລີນິກກົດໝາຍ ຂອງ ບັນດານັກຮຽນຂັ້ນມະຫາວິທະຍາໄລ ຫຼື ວິຊາຊີບ ແລະ ຜູ້ທີ່ຈະເປັນຜູ້ຈັດຕັ້ງປະຕິບັດໃນອະນາຄົດ. ຜູ້ແທນໄດ້ຮັບການຊຸກຍູ້ໃຫ້ເຂົ້າຮ່ວມ ກິດຈະກໍາທັງໝົດ ຂອງງານ ເນື່ອງຈາກວ່າມັນເປັນໂອກາດຄັ້ງດຽວ ໃນປີໜື່ງ ສໍາລັບການມີສ່ວນຮ່ວມ, ການຮ່ວມມື ແລະ ການສົນທະນາປຶກສາຫາລືກັນ.

ບໍ່​ວ່າ​ທ່ານ​ຈະ​ເປັນ​ ນັກ​ປະ​ຕິ​ບັດ​ທີ່ພົວພັນກັບນິຕິກໍາ​, ນັກ​ວິ​ຊາ​ການ​, ນັກ​ສຶກ​ສາ​, ທີ່ຢູ່ໃນ​ພາກທຸ​ລະ​ກິດ​, ພາກລັດ​ ​ຫຼື ​ຂະແໜງການ ທີ່​ບໍ່​ຫວັງ​ຜົນ​ກໍາ​ໄລ​, ການ​ມີ​ສ່ວນ​ຮ່ວມ ​ແລະ ​ການ​ສະ​ຫນັບ​ສະ​ໜູນ ​ຂອງ​ທ່ານ​ ແມ່ນ​ຈະໄດ້ຮັບການດີ​ຕ້ອນ​ຮັບ. ພວກເຮົາ ຂໍເຊີນທ່ານເຂົ້າຮ່ວມໃນງານຂອງປີນີ້ ແລະ ກາຍເປັນສ່ວນໜຶ່ງ ຂອງ ການເຄື່ອນໄຫວວຽກງານ pro bono ໃນພາກພື້ນອາຊີ.

 

ເປົ້າໝາຍ ຂອງການປະຊຸມ ແລະ ແລກປ່ຽນ

APBC&A2JX ມີຈຸດປະສົງທີ່ຈະ:

  • ສຶກສາອົບຮົມ ນັກວິຊາການຂອງມະຫາວິທະຍາໄລ, ນັກສຶກສາກົດໝາຍ, ທະນາຍຄວາມ, ສະມາຊິກຂອງອົງການຕຸລາການ (ຄະນະລູກຂຸນ), ຜູ້ຊ່ຽວຊານດ້ານ pro bono, ຜູ້ສ້າງນະໂຍບາຍ, ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ຕ່າງຫນ້າທີ່ບໍ່ຫວັງຜົນກໍາໄລກ່ຽວ ກັບຄວາມໝາຍ ແລະ ແນວຄວາມຄິດ ຂອງ ການລິເລີ່ມ pro bono;
  • ສະ​ແດງ​ໃຫ້​ເຫັນ ​ຄວາມ​ສໍາ​ຄັນ​ຂອງ​ ຂໍ້​ລິ​ເລີ່ມ pro bono ເພື່ອ​ບັນ​ລຸ​ ການ​ເຂົ້າ​ເຖິງ​ ຂະບວນການ​ຍຸຕິ​ທໍາ ໃຫ້​ຫຼາຍ​ຂື້ນ ​ສໍາ​ລັບ ບັນດາຊຸມ​ຊົນທີ່ທຸກ​ຍາກ​, ດ້ອຍ​ໂອກາດ ​ແລະ ເສຍປຽບ ຢູ່​ໃນພາກພື້ນ​ອາ​ຊີ​ ແລະ ຢູ່​ທົ່ວ​ໂລກ;
  • ສົງເສີມການຮັດ​ແໜ້ນ​ ການ​ຮ່ວມ​ມື​ ​ລະ​ຫວ່າງ​ ຜູ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ ເພື່ອ​ສ້າງ​ແນວ​ຄວາມ​ຄິດ, ​ອອກ​ແບບ, ​ເປີດ​ຕົວ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ແກ່​ ຂໍ້​ລິ​ເລີ່ມ pro bono ​ຢູ່ພາຍ​ໃນ​ທ້ອງ​ຖິ່ນ, ພາກ​ພື້ນ ແລະ ​ທົ່ວ​ໂລກ;
  • ສະ​ແດງ​ໃຫ້​ເຫັນ ​ຮູບ​ແບບ​ທີ່ຫຼາກຫຼາຍ ​ຂອງ​ການລິ​ເລີ່ມ pro bono ທີ່​ອາດ​ຈະສາມາດ​ນໍາ​ໃຊ້ ​ແລະ​ ​ສົ່ງຕໍ່ໃຫ້ກັນ ຢູ່ໃນພາກພື້ນ​ອາ​ຊີ ​ແລະ ຢູ່​ທົ່ວ​ໂລກ​; ແລະ
  • ສະແດງໃຫ້ເຫັນ ການສ້າງຕັ້ງ ຂໍ້ລິເລີ່ມ ແລະ ແຜນງານ pro bono ທີ່ປະສົບຜົນສໍາເລັດ.

 

ໃຜຄວນເຂົ້າຮ່ວມແດ່:

  • ທະນາຍຄວາມ ແລະ ນັກປະຕິບັດ ທີ່ພົວພັນກັບນິຕິກໍາ
  • ອາຈານສອນກົດໝາຍ
  • ນັກສຶກສາກົດໝາຍ
  • ຄະນະຕຸລາການ (ລູກຂຸນ)
  • ພະນັກງານລັດ
  • ຄົນອື່ນໆ ທີ່ມາຈາກພາກພື້ນ, ທີ່ໄດ້ມີສ່ວນຮ່ວມຢູ່ໃນ ວຽກງານ ແບບ pro bono ແລະ ການເຂົ້າເຖິງ ຂໍ້ລິເລີ່ມດ້ານວຽກງານຍຸຕິທຳ ຢູ່ໃນພາກພື້ນ ແລະ ທົ່ວໂລກ

 

ເປັນຫຍັງຈື່ງເຂົ້າຮ່ວມ:

  • ເພື່ອສຶກສາຄົ້ນຄົ້ວ ຮ່ວມກັບ ບັນດາຜູ້ຊ່ຽວຊານ ລະດັບໂລກ ກ່ຽວກັບ ຂໍ້ລິເລີ່ມ ແລະ ການພັດທະນາ ວຽກງານ ແບບ pro bono ຢູ່ໃນພາກພື້ນອາຊີ ແລະ ຢູ່ທົ່ວໂລກ
  • ເພື່ອສ້າງເຄືອ​ຂ່າຍ ​ແລະ ​ຮ່ວມ​ມື​ກັບ​ ເພື່ອນ​ຮ່ວມ​ງານໃນຂະແໜງນິຕິກໍາ​, ນັກ​ວິ​ຊາ​ການ​, ນັກ​ສຶກ​ສາ ​ແລະ​ ພາກ​ສ່ວນ​ກ່ຽວຂ້ອງ ທີ່ມາຈາກຫຼາຍຂະແໜງການ ທີ່ກ້ວາງຂວາງ ທີ່ຢູ່ໃນພາກ​ພື້ນ​ ແລະ​ ສາ​ກົນ ​ເພື່ອ​ປຶກ​ສາ​ຫາ​ລື​, ພັດ​ທະ​ນາ​ ແລະ ຈັດຕັ້ງ​ປະ​ຕິ​ບັດ​ ຂໍ້​ລິ​ເລີ່ມ pro bono​.
  • ເພື່ອຮຽນ​ຮູ້ ​ກ່ຽວ​ກັບ​ ການ​ຮ່ວມ​ມື ທີ່ເປັນ​ນະ​ວັດ​ຕະ​ກໍາ​ ແລະ ຫຼັກ​ການ​ປະ​ຕິ​ບັດ ​ທີ່​ໄດ້​ຮັບ​ການຈັດຕັ້ງ​ ​ຢ່າງ​ມີ​ປະ​ສິດ​ທິພາບ​, ວິ​ທີ​ການ ​ແລະ ​ເຫດ​ຜົນ​ ທີ່ເຂົາເຈົ້າ ໄດ້​ເຮັດ​ວຽກ ​ແລະ ຜົນຮຽນທີ່ເຂົາ​ເຈົ້າ​ມີ ໃຫ້ແກ່ທົ່ວ​ໂລກ​.

 

ຢູ່ໃສ:

APBC ຈະຖືກຈັດຂຶ້ນ ຢູ່ທີ່ໂຮງແຮມແລນມາກ ແມ່ຂອງ ລິເວີໄຊ (Landmark Mekong Riverside Hotel), ນະຄອນຫຼວງວຽງຈັນ, ປະເທດລາວ ແລະ ມີການເປີດໃຫ້ເຂົ້າຮ່ວມທາງອອນລາຍ ຜ່ານໂປຼແກມ Zoom ໃນວັນທີ 16 ຫາ 8 ກັນຍາ 2022. ຫົວຂໍ້ ສໍາລັບ ກອງປະຊຸມໃນປີນີ້ ແມ່ນ “ການສ້າງສະຖາບັນການຈັດຕັ້ງ Pro Bono ແລະ ການເຂົ້າເຖີງ ລະບົບຍຸຕິທໍາ.

ນອກຈາກນັ້ນ, A2JX ຈະຖືກຈັດຂຶ້ນ ແບບອອນລາຍ ຜ່ານໂປຼແກມ Zoom ໃນວັນທີ 22 ຫາ 24 ກັນຍາ 2022.

ຖ້າ​ຫາກ​ທ່ານ​ມີ​ຄວາມ​ສົນ​ໃຈ ​ໃນ​ການ​ຮຽນ​ຮູ້​ເພີ່ມ​ຕື່ມ ​ກ່ຽວ​ກັບ ​ວິ​ທີ​ການ​ສະ​ຫນັບ​ສະ​ໜູນ ​ຫຼື ​ເຂົ້າ​ຮ່ວມງານ​, ກະລຸນາ ນໍາໃຊ້ແບບຟອມຕິດຕໍ່ ເພື່ອສົ່ງຂໍ້ຄວາມ ຫາພວກເຮົາ

 

ແມ່ນໃຜ ເປັນຜູ້ຈັດກອງປະຊຸມ ແລະ ແລກປ່ຽນ ສໍາລັບປີນີ້:

APBC&A2JX ຖືກຈັດຂື້ນ ໂດຍ ທີມງານອາສາສະຫມັກ ຈາກທົ່ວພາກພື້ນອາຊີ ແລະ ທົ່ວໂລກ ທີ່ໄດ້ຮັບການຊຸກຍູ້, ສະຫນັບສະໜູນ ແລະ ຊ່ວຍເຫຼືອ ຈາກທີມງານ BABSEACLE