Welcome to our Virtual Gallery of Student Infographic Posters from Laos ! 

 ຍິນດີຕ້ອນຮັບທຸກທ່ານ ເຂົ້າສູ່ ຄັງຮູບພາບອອນລາຍ ຂອງພວກເຮົາ!

Here we are proud to display legal information posters created by Law students in Lao PDR. These posters were designed for the Student Infographic Collaboration event arranged by BABSEACLE Laos in 2021.
ພວກເຮົາມີຄວາມພູມໃຈເປັນຢ່າງຍິ່ງ ທີ່ຈະສະແດງໂປສເຕີ້ກ່ຽວກັບຂໍ້ມູນທາງດ້ານກົດໝາຍ ທີ່ສ້າງໂດຍນັກສຶກສາກົດໝາຍ ໃນ ສປປ ລາວ. ໂປສເຕີ ດັ່ງກ່າວ ອອກແບບມາເພື່ອນັກສຶກສາ ໂດຍການຮ່ວມມືກັບ BABSEACLE ລາວ ໃນປີ 2021.

4 topics were available to students:

  • * How is justice and Rule of Law strengthened by Legal Aid?   |   ການຊ່ວຍເຫຼືອທາງດ້ານກົດໝາຍເສີມສ້າງຄວາມເຂັ້ມແຂງໃຫ້ຄວາມຍຸຕິທໍາ ແລະ ການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍກົດໝາຍແນວໃດ?
    * How is justice and Rule of Law strengthened by labor rights for people with disabilities?   |   ສິດທິທາງດ້ານແຮງງານສໍາລັບຄົນພິການເສີມສ້າງຄວາມເຂັ້ມແຂງໃຫ້ຄວາມຍຸຕິທໍາ ແລະ ການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍກົດໝາຍແນວໃດ?
    * How is justice and Rule of Law strengthened by rights for persons with drug dependencies?   |   ສິດສໍາລັບຜູ້ທີ່ໃຊ້ຢາເສບຕິດຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ຄວາມຍຸຕິທໍາ ແລະ ການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍກົດໝາຍແນວໃດ?
    * How can Lao law help in combatting gender-based violence?   |   ກົດໝາຍລາວ ສາມາດຊ່ວຍສະກັດກັນການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດແນວໃດ? 

Stage 2 Posters & Video Presentations : ຮອບທີ 2 ການນໍາສະເໜີບັນດາ ໂພສເຕີ ແລະ ວິດີໂອ

These posters were designed by students who were selected from Stage 1.  Students received feedback from BABSEACLE on their draft posters to help them to improve the posters for final submission. Please click on the video next to each poster to watch the students’ oral presentation of their poster.

ໂພສເຕີດັ່ງກ່າວ ຖືກອອກແບບໂດຍ ບັນດານັກສຶກສາ ຜູ້ທີ່ໄດ້ຜ່ານການຄັດເລືອກ ຈາກຮອບທຳອິດ. ບັນດານັກສຶກສາ ໄດ້ຮັບການປະກອບຄໍາຄິດຄໍາເຫັນຈາກ BABSEACLE ຕໍ່ກັບ ຮ່າງໂປສເຕີ ເພື່ອຊ່ວຍໃຫ້ພວກເຂົາ ໄດ້ປັບປຸງໂພສເຕີຂອງພວກເຂົາໃຫ້ດີຂຶ້ນ ເພື່ອທີ່ຈະໃຊ້ໃນຮອບສຸດທ້າຍ. ກະລຸນາກົດປຸ່ມ ວິດີໂອ ທີ່ຢູ່ທາງດ້ານຂ້າງຂອງແຕ່ລະໂປສເຕີ ເພື່ອເບິ່ງການນໍາສະເໜີ ໂພສເຕີ ຂອງບັນດານັກສຶກສາ

Stage 1 Posters : ຮອບທີ 1 ການນໍາສະເໜີບັນດາ ໂພສເຕີ

These were the posters submitted by the successful students in Stage 1.
Students did not receive any guidance on poster content at this Stage, hence the posters should be regarded as drafts only.

ໂປສເຕີເຫລົ່ານີ້ ແມ່ນໄດ້ມາຈາກບັນດານັກສຶກສາ ທີ່ໄດ້ຜ່ານຮອບ ທີ1 ບັນດານັກສຶກສາ ບໍ່ໄດ້ຮັບການແນະນໍາ ຕໍ່ກັບເນື້ອໃນ ຂອງໂປສເຕີ, ສະນັ້ນ, ບັນດາໂປສເຕີດັ່ງກ່າວ ຈະເປັນພຽງແຕ່ສະບັບ ຮ່າງ ເທົ່ານັ້ນ.